ໃນມື້ທີ່ເປັນສີຂຽວ
ກຣີນນີ້ ມີພະລັງຫຼາຍແທ້ໆ. ລາວບໍ່ຕ້ອງການນອນພັກຜ່ອນ! ມາມື້ໜຶ່ງ, ລາວໄດ້ຕັດສິນໃຈອອກໄປແລ່ນຫຼິ້ນຢູ່ນອກເຮືອນ. ຫຼັງຈາກຫຼິ້ນຢູ່ກາງແສງແດດຮ້ອນໄດ້ໄລຍະໜຶ່ງ, ກຣີນນີ້ ກໍຮູ້ສຶກເມື່ອຍ ແລະ ຢາກກັບເມືອເຮືອນ. ແຕ່ວ່າ ຕອນນີ້ລາວພັດຫຼົງທາງ! ແລ້ວ ລາວຈະກັບຄືນໄປເຮືອນຫາພໍ່ຂອງລາວໄດ້ແນວໃດ?